Back to search
Delivery Hero Smartrecruiters · Posted 2mo ago

Intern, City Support

Savannakhet Intern Remote

General Business Internet Smartrecruiters
Continue to application Add your email once, then Caio opens the original posting.

Indexed description

Company Description

Foodpanda ເປັນສ່ວນໜຶ່ງຂອງ Delivery Hero Group, ເຊິ່ງເປັນແພລດຟອມຈັດສົ່ງອາຫານທ້ອງຖິ່ນຊັ້ນນໍາຂອງໂລກ. ພາລະກິດຂອງພວກເຮົາແມ່ນເພື່ອສົ່ງມອບປະສົບການທີ່ດີເລີດ - ໄວ, ງ່າຍ, ແລະ ສົ່ງເຖິງໜ້າປະຕູເຮືອນຂອງທ່ານ. ພວກເຮົາດໍາເນີນທຸລະກິດຢູ່ໃນປະມານ 65 ປະເທດທົ່ວໂລກ. ມີສໍານັກງານໃຫຍ່ຢູ່ທີ່ເບີລິນ, ເຢຍລະມັນ. Delivery Hero ໄດ້ຈົດທະບຽນໃນຕະຫຼາດຫຼັກຊັບ Frankfurt ຕັ້ງແຕ່ປີ 2017 ແລະ ເປັນສ່ວນໜຶ່ງຂອງດັດຊະນີຫຼັກຊັບ MDAX.

Job Description

  • ຊ່ວຍຊອກຫາຮ້ານອາຫານໃຫ້ເຂົ້າມາເປັນຄູ່ຮ່ວມທຸລະກິດກັບບໍລິສັດຕາມເປົ້າໝາຍທີ່ກຳນົດໄວ້;
  • ຊ່ວຍລົງຂໍ້ມູນຮ້ານອາຫານໃໝ່ໃນລະບົບ;
  • ຊ່ວຍປິດບັນຊີຮ້ານອາຫານທີ່ບໍ່ຜ່ານມາດຕະຖານ (zombie) ໃນລະບົບ;
  • ຊ່ວຍວຽກ ແລະ ປະຕິບັດໜ້າທີ່ອື່ນໆ ຕາມທີ່ຖືກມອບໝາຍຈາກຫົວໜ້າສາຍງານ.

Qualifications

  • ຍິນດີຕອນຮັບນັກສຶກສາຈົບໃໝ່;
  • ວຸທິການສຶກສາ ສາຂາບໍລິຫານທຸລະກິດ ຫຼື ສາຍອື່ນໆທີ່ກ່ຽວຂ້ອງ.
  • ສາມາດນຳໃຊ້ຄອມພິວເຕີ/ໄອທີໄດ້, ມີຄວາມຮູ້ພື້ນຖານກ່ຽວກັບການນຳໃຊ້ Email, MS Office ແລະ Google Suite.
  • ມີທັກສະໃນການແກ້ໄຂບັນຫາສະເພາະໜ້າ, ການສື່ສານ ແລະ ການເຈລະຈາ, ຮັກໃນການບໍລິການ ແລະ ມີມະນຸດສຳພັນດີ.
  • ມີພາຫະນະເປັນຂອງຕົນເອງ, ມີຄວາມຄຸ້ນເຄີຍ ແລະ ເຂົ້າໃຈສະພາບທ້ອງຖິ່ນ.
  • ມີຄວາມຮູ້ພື້ນຖານກ່ຽວກັບຕະຫຼາດຊື້ຂາຍອາຫານອອນລາຍ ຫຼື ກ່ຽວກັບ/ຄ້າຍຄື ຟູດແພນດ້າ ຈະພິຈາລະນາເປັນພິເສດ.

Additional Information

  • ມີເງິນອຸດໜູນ ແລະ ສ່ວນຫຼຸດ ຟູດແພນດ້າ ໃຫ້!
  • ມີລະບົບຮຽນຮູ້ດ້ວຍຕົນເອງອອນໄລ (self-paced online learning platform)
  • ສະພາບແວດລ້ອມການເຮັດວຽກແບບໄດນາມິກ ແລະ ທ້າທາຍ ທີ່ເຕັມໄປດ້ວຍການຮຽນຮູ້ຕະຫຼອດເວລາ.
  • ວັດທະນະທຳອົງກອນທີ່ສົ່ງເສີມໃຫ້ທຸກຄົນເປັນເຈົ້າການໃນວຽກ ແລະ ສາຍອາຊີບຂອງທ່ານ.
  • ບັນຍາກາດການເຮັດວຽກທີ່ມ່ວນຊື່ນ ທີ່ມາພ້ອມກັບກິດຈະກຳຂອງທີມ ແລະ ບໍລິສັດຢ່າງສະໝ່ຳສະເໝີ.
  • ໂອກາດໃນການເປັນສ່ວນໜຶ່ງພາຍໃນທີມທີ່ມີຄວາມສຸກ, ມີຄວາມເປັນມືອາຊີບ, ມີຊີວິດຊີວາ, ແລະ ມີຄວາມ SMART ທີ່ມຸ້ງໝັ້ນໃນຄວາມຫຼາກຫຼາຍ ແລະ ການຢູ່ຮ່ວມກັນ.
  • ມຸ້ງໝັ້ນທີ່ຈະພັດທະນາທ່ານທັງໃນດ້ານສ່ວນຕົວ ແລະ ດ້ານອາຊີບ.
Free. 20 seconds. No password. See every match in this search.

Create a free Caio profile to unlock more results and save your role and location preferences.

Unlock free search
Want help applying to roles like this? Search Caio for free. If repetitive applications get heavy, Managed Job Search adds supervised execution for $99/month.
View Managed Job Search